ກ່ຽວກັບບໍລິສັດ
ກ່ຽວກັບບໍລິສັດ
ບໍລິສັດ ມະຫາໄຊ ກຣຸບ ຈຳກັດ ໄດ້ເລີ່ມເປີດດຳເນີນກິດຈະການໃນປີ 2006 ເຊິ່ງໃນນາມຮ້ານ ມະຫາໄຊ ວັດສະດຸ, ເປິດບໍລິການຂາຍວັດສະດຸ ແລະ ອຸປະກອນກໍ່ສ້າງ ເຊິ່ງເປັນພຽງຫ້ອງແຖວນ້ອຍໆທີ່ຕັ້ງຢູ່ຫຼັກ 3 ຂອງປາກເຊ ແຂວງ ຈຳປາສັກ, ດ້ວຍ ເທິງພື້ນທີ່ 200 ຕາແມັດ, ຈົນຮອດປີ 2011 ກໍໄດ້ສ້າງຮ້ານຄ້າໃນສະຖານທີ່ໄໝ່ ແລະ ຈົດທະບຽນເປັນ ບໍລິສັດ ມະຫາໄຊ ເທຣດດິ້ງ ຈໍາກັດ, ໃນປີ 2015 ພວກເຮົາໄດ້ ຂະຫຍາຍສາຂາໄປທີ່ແຂວງ ອັດຕະປື ແລະ ໄດ້ຈົດທະບຽນເປັນ ບໍລິສັດ ມະຫາໄຊ ເອທີພີ ຈຳກັດ. ປະຈຸບັນບໍລິສັດຂອງພວກເຮົາກະໄດ້ເລີ່ມຂະຫຍາຍສາຂາອອກຢູ່ຫຼາຍໂຂງເຂດພາກໃຕ້ຂອງລາວເຊິ່ງມີ: ສາຂາປາກເຊ, ສາຂາອັດຕະປື, ຕົວແທນສາຂາ ຢູ່ຂີ້ນາກ, ຕົວແທນສາຂາ ຢູ່ແຂວງສາລະວັນ ແລະ ໃນອານາຄົດອັນໃກ້ນີ້ ເຮົາຍັງມີນະໂຍບາຍຈະຂະຫຍາຍສາຂາອອກໄປສູ່ຫຼາຍໆໂຂງເຂດໃນ 4 ແຂວງພາກໃຕ້ຂອງລາວເຮົາບໍລິສັດ ມະຫາໄຊ ເທຣດດິ້ງ ຈຳກັດ
18 August 2020
Viewed 319 times